ໂຄງຮາງການຈັດຕັ້ງ
ປະຫວັດຄວາມເປັນມາຂອງ
ລັດວິສາຫະກິດໄຟຟ້າລາວ
ລັດວິສາຫະກິດໄຟຟ້າລາວ
(ຟຟລ) ສ້າງຕັ້ງຂື້ນ ໃນວັນທີ 18 ທັນວາ 1961 ເຊິ່ງແມ່ນຫົວໜ່ວຍທຸລະກິດຂອງລັດ
ທີ່ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິ ການ ແລະ ພັດທະນາ ພະລັງງານ ໄຟຟ້າຕາມແນວ ທາງຂອງພັກ ແລະ ກົດໝາຍຂອງລັດ-ກົນໄກຕະຫລາດ
ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ ຜູ້ຊົມ
ໃຊ້ໄຟຟ້າທັງພາຍໃນ
ແລະ ຕ່າງປະເທດ ໃຫ້ພຽງພໍ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າການພັດທະນາ ເສດຖະກິດ-ສັງຄົມທີ່ພັກແລະລັດວາງ
ອອກ – ສົ່ງກະແສໄຟຟ້າອອກນອກ ປະເທດເພື່ອສ້າງ
ລາຍຮັບເປັນເງີນຕາ ໃຫ້ແກ່ປະເທດຊາດ.
ວິໄສທັດ
ເປັນວິສາຫະກິດທີ່ນຳໜ້າ
ໃນການສົ່ງເສີມການພັດທະນາເສດຖະກິດ –
ສັງຄົມຂອງ ສປປ ລາວ ດ້ວຍການຕອບສະໜອງ ພະລັງງານໄຟຟ້າ
ຮັບປະກັນ ຕົ້ນທືນຢ່າງສົມເຫດສົມຜົນ
ແລະ ເຮັດໃຫ້
ສປປ ລາວ ເປັນແຫລ່ງຜະລິດໄຟຟ້າລາຍໃຫຍ່ ຢູ່ໃນລະບົບໄຟຟ້າອາຊຽນ.
ພາລະກິດ
- 1. ຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍ, ທົ່ວເຖິງ, ທັງມີສ່ວນຮ່ວມເຫລືອ ເພື່ອຂາຍອອກທີ່ມີຄຸນນະພາບດີ
ແລະ ສົມເຫດສົມຜົນ ເພື່ອສະໜັບ ສະໜູນການພັດທະນາ ເສດຖະກິດ-ສັງຄົມ
ຂອງ ສປປ ລາວ;
- 2. ສົ່ງເສີມການພັດທະນາ
ລະບົບຕາຂ່າຍໄຟຟ້າ ພາຍໃນປະເທດ ໂດຍຄຳນຶງ ເຖິງສະພາບແວດລ້ອມ ແລະ ສັງຄົມ
ເປັນປັດໃຈສຳຄັນ;
- 3. ຕອບສະໜອງຕໍ່ນະໂຍບາຍຂອງພັກ
ແລະ ລັດຖະບານ ໂດຍສະເພາະ
ນະໂຍບາຍການຫັນເປັນອຸດສາຫະກຳທັນສະໄໝ, ເປັນລັດວິສາຫະກິດ
ແບບ ຢ່າງ, ມີປະສິດທິຜົນ
ແລະ ມີກຳລັງຄວາມສາມາດດັດສົມພາກສ່ວນເສດຖະກິດອື່ນໆ.
ລັດວິສາຫະກິດໄຟຟ້າລາວ (ຟຟລ) ແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດຳເນີນທຸລະກິດດ້ານການ
ຜະລິດ, ຄຸ້ມຄອງ,
ບໍລິການ ແລະ
ພັດທະນາ ພະລັງງານໄຟຟ້າຕາມແນວທາງຂອງພັກ ແລະ
ກົດໝາຍຂອງລັດ-ກົນໄກ
ຕະຫລາດ ເພື່ອສະໜອງກະແສໄຟຟ້າໃຫ້ແກ່ ຜູ້ຊົມໃຊ້ໄຟຟ້າ ...


No comments:
New comments are not allowed.