Saturday, June 6, 2015

ແຈ້ງການ

ແຜນຄຸ້ມຄອງສິ່ງແວດລ້ອມແລະສັງຄົມຂອງໂຄງການປັບປຸງລະບົບຈຳໜາຍໃນ ນະຄອນຫຼວງ (PGI) ທ່ານ ສາມາດດາວໂລດຂໍ້ມູນເພີ້ມເຕິ້ມໄດ້ທີ



ກອງປະຊຸມພະລັງງານ ຄັ້ງທີ 2 ປະຈຳປີ 2015
ກອງ​ປະຊຸມ ຄັ້ງທີ2 Power Utility Summit 2015 
ໄດ້​ໄຂ​ຂື້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 07-09 ​ເມສາ
2015 ທີ່​ຜ່ານ​ມາ ຢູ່​ທີ່​ແຂວງ ຫຼວງ​ພະ​ບາງ ​ໂດຍ​ການ
​ເປັນ​ປະທານ​ຂອງ​ທ່ານ ສີສະ​ຫວາດ ທິຣະວົງ ຜູ້ອຳນວຍ
ການ​ໃຫຍ່ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​​ໂດຍ​ມີ​ບໍລິສັດ​ຜູ້ຕາງ
ໜ້າ ຈາກ 5 ປະ​ເທດ​ເຂົ້າ​ຮວ່ມຄື: ປະ​ເທດກໍາປູ​​ເຈ​ຍ, ສປ ຈີນ
ມຽນມາ, ​ໄທ ​ແລະ ປະ​ເທດ​ຫວຽດນາມ ພ້ອມ​ດ້ວຍ ​ແຂ​ກທີ່​ຖືກ
​ເຊີນ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ.

ຈຸດປະສົງ​ຂອງການຈັດປະຊຸມໃນຄັ້ງນີ້ ກໍ່ແມ່ນ​ເພື່ອສືບ​ຕໍ່ຈາກ​ກອງປະຊຸມຄັ້ງ​ທີ 1 ທີ່ ກວາງໂຈ, ປະເທດ ສປ ຈີນ ໃນ ປີ 2014 ທີ່ຜ່ານມານັ້ນ ທີ່ໄດ້ມອບໃຫ້ ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້. ເພື່ອ​ເປັນການສ້າງສາຍພົວພັນການ​ຮ່ວມ​ມື ​ແລະ ​ແລກປ່ຽນ ຂໍ້ມູນ​ຂ່າ​ວສານ ທາງ​ດ້ານ​ພະລັງງານ ຈາກບັນດາປະເທດໄກ້ຄຽງ. ເຊິ່ງເພາະວ່າໃນ​ປະຈຸບັນ ຄວາມ​ຕ້ອງການ​ທາງ​ດ້ານພະລັງງານ  ​ແມ່ນນັບ​ມື້ນັບ​ສູງຂຶ້ນ ​ເຊິ່ງມັນ​ໄດ້​ຮຽກຮ້ອງ​​ເຖິງການ​ຜະ​ລິດ​ທີ່​ສູງ​ຂຶ້ນ ລວມ​ເຖິງ​ການ​ແລກປ່ຽນ​ພະລັງ ງານ ຈາກບັນດາ​ປະ​ເທດ​ໄກ້​ຄຽງ ​ເພື່ອ​ເຮັດ​ໃຫ້​ມີ​ພະລັງງານ​ພຽງພໍ ​ແລະ ມີ​ຄວາມສະຖຽນລະ​ພາບ ​ເຊິ່ງ​ແຕ່ລະ​ປະ​ເທດ ມີ​ທ່າ​ແຮງ​ໃນ​ການ​ຜະລິດທີ່​ແຕກຕ່າງ​ກັນ​ເຊັ່ນ: ​ເຂື່ອນ​​ໄຟຟ້າ​ພະລັງງານ​ນໍ້າ, ​ໂຮ​ງ​ໄຟຟ້າ​ຖ່ານ​ຫີນ, ພະລັງງານແສງຕາວັນ, ພະລັງງານລົມ ແລະ ພະລັງງານ​ທົດ​ແທນອື່ນໆ  ​ເພື່ອ​ສ້າງ​ລະບົບ​ໄຟຟ້າ​ຂອງ​ພູມີພາກ​ໃຫ້​ໝັ້ນຄົງ ​ເປັນ​ລະບົບ​ໄໝ່​ແບບ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ





  •  ປະຫວັດ ຄວາມເປັນມາ ຂອງ ລັດວິສາຫະກິດໄຟຟ້າລາວ
  •  ໂຄງຮ່າງການຈັດຕັ້ງ ຂອງ ລັດວິສາຫະກິດໄຟຟ້າລາວ
  •  ສະພາຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ
  •  ຄະນະຜູ້ອຳນວຍການໃຫຍ່
  •  ບົດຄວາມຈາກຜູ້ອຳນວຍການໃຫຍ່
  •  ລາຄາຄ່າກະແສໄຟຟ້າສະບັບປັບປຸງໃຫມ່
  •  ລະບົບຕາຂ່າຍໄຟຟ້າ ຂອງ ຟຟລ ໃນປະຈຸບັນ
  •  ແຜນພັດທະນາ PDP 2012 - 2022
  •  ບ້ານທີ່ມີໄຟຟ້າໃຊ້ທົ່ວປະເທດ
  •  ມາດຕະຖານເຕັກນິກຂອງ ລັດວິສາຫະກິດໄຟຟ້າລາວ
  •  ບົດລາຍງານປະຈຳປີ
  •  ໂຄງການ ຂອງ ລັດວິສາຫະກິດໄຟຟ້າລາວ
  •  ຈຳນວນພະນັກງານ ລັດວິສາຫະກິດໄຟຟ້າລາວ