ການເຄືອນໄຫວຕ່າງ

ກອງປະຊຸມພະລັງງານ ຄັ້ງທີ 2 ປະຈຳປີ 2015





     ກອງ​ປະຊຸມ ຄັ້ງທີ2 Power Utility Summit 2015 ​ໄດ້​ໄຂ​ຂື້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 07-09 ​ເມສາ 2015 ທີ່​ຜ່ານ​ມາ ຢູ່​ທີ່​ແຂວງ ຫຼວງ​ພະ​ບາງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສີສະ​ຫວາດ ທິຣະວົງ ຜູ້ອຳນວຍການ​ໃຫຍ່ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​​ໂດຍ​ມີ​ບໍລິສັດ​ຜູ້ຕາງໜ້າ ຈາກ 5 ປະ​ເທດ​ເຂົ້າ​ຮວ່ມຄື: ປະ​ເທດກໍາປູ​​ເຈ​ຍ, ສປ ຈີນ, ມຽນມາ, ​ໄທ ​ແລະ ປະ​ເທດ​ຫວຽດນາມ ພ້ອມ​ດ້ວຍ ​ແຂ​ກທີ່​ຖືກ​ເຊີນ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ.
​​​    ຈຸດປະສົງ​ຂອງການຈັດປະຊຸມໃນຄັ້ງນີ້ ກໍ່ແມ່ນ​ເພື່ອສືບ​ຕໍ່ຈາກ​ກອງປະຊຸມຄັ້ງ​ທີ 1 ທີ່ ກວາງໂຈ, ປະເທດ ສປ ຈີນ ໃນ ປີ 2014 ທີ່ຜ່ານມານັ້ນ ທີ່ໄດ້ມອບໃຫ້ ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້. ເພື່ອ​ເປັນການສ້າງສາຍພົວພັນການ​ຮ່ວມ​ມື ​ແລະ ​ແລກປ່ຽນ ຂໍ້ມູນ​ຂ່າ​ວສານ ທາງ​ດ້ານ​ພະລັງງານ ຈາກບັນດາປະເທດໄກ້ຄຽງ. ເຊິ່ງເພາະວ່າໃນ​ປະຈຸບັນ ຄວາມ​ຕ້ອງການ​ທາງ​ດ້ານພະລັງງານ  ​ແມ່ນນັບ​ມື້ນັບ​ສູງຂຶ້ນ ​ເຊິ່ງມັນ​ໄດ້​ຮຽກຮ້ອງ​​ເຖິງການ​ຜະ​ລິດ​ທີ່​ສູງ​ຂຶ້ນ ລວມ​ເຖິງ​ການ​ແລກປ່ຽນ​ພະລັງ ງານ ຈາກບັນດາ​ປະ​ເທດ​ໄກ້​ຄຽງ ​ເພື່ອ​ເຮັດ​ໃຫ້​ມີ​ພະລັງງານ​ພຽງພໍ ​ແລະ ມີ​ຄວາມສະຖຽນລະ​ພາບ ​ເຊິ່ງ​ແຕ່ລະ​ປະ​ເທດ ມີ​ທ່າ​ແຮງ​ໃນ​ການ​ຜະລິດທີ່​ແຕກຕ່າງ​ກັນ​ເຊັ່ນ: ​ເຂື່ອນ​​ໄຟຟ້າ​ພະລັງງານ​ນໍ້າ, ​ໂຮ​ງ​ໄຟຟ້າ​ຖ່ານ​ຫີນ, ພະລັງງານແສງຕາວັນ, ພະລັງງານລົມ ແລະ ພະລັງງານ​ທົດ​ແທນອື່ນໆ  ​ເພື່ອ​ສ້າງ​ລະບົບ​ໄຟຟ້າ​ຂອງ​ພູມີພາກ​ໃຫ້​ໝັ້ນຄົງ ​ເປັນ​ລະບົບ​ໄໝ່​ແບບ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ



ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານແຈ້ງຊັບສິນ ແລະ ລາຍຮັບໃຫ້ພະນັກງານຂັ້ນຄະນະໜ່ວຍງານຂື້ນເມືອເຖິງຄະນະອຳນວຍການໃຫຍ່ ຟຟລ ແລະ ບໍລິສັດຜະລິດໄຟຟ້າລາວມະຫາຊົນ.












     ໃນ​ວັນ​ທີ 10 ກັນ​ຍາ 2014 ຢູ່​ທີ່​ຫ້ອງ​ປະຊຸມ ສຳນັກງານ​ໃຫຍ່ ຟຟລ ນະຄອນຫຼວງວຽງຈັນ, ຊີ່ງເປັນກຽດເຜີຍ​ແຜ່​ເຊື່ອມ​ຊຶມ​ດຳລັດ​ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ ແລະ ລາຍຮັບ ​ຂອງ​ພະນັກງານ, ໂດຍ ທ່ານ ດຣ ຄໍາ​ມະນີ ອິນ​ທິລາດ ຄະນະປະຈຳພັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ເປັນ​ປະທານ ມີ​ຄະນະກົມ, ຄະນະ​ອຳນວຍ​ການ, ຄະນະ​ຝ່າຍ, ຫ້ອງການ ​ຟຟລ ​​ແລະ ​ແຂກ​ທີ່​ຖືກ​ເຊີນເຂົ້າຮ່ວມເກືອບ 700 ທ່ານ​. ​
     ໃນກອງ​ປະຊຸມ ທ່ານ ​ໂພ​ໄຊ ຄຳ​ພູມີ ຫົວໜ້າກົມ​ຄົ້ນຄ້ວາ​ວາລະສານ​ກວດກາ ​ໄດ້​ຂື້ນເຜີຍແຜ່ບົດແນະນຳ​ໃນ​ການຈັດຕັ້ງປະຕິບັດ​ດຳລັດ ​ວ່າ​ດ້ວຍ ການ​ແຈ້ງ​ຊັບ​ສິນ ​ໃຫ້​ຖືກຕ້ອງ ​ເປັນ​ເອກະ​ພາບ ມີ​ປະສິດທິ​ຜົນ ​ແລະ ທົ່ວ​ເຖິງ​ທຸກ​ເປົ້າໝາຍ ຕາມ​ທີ່​​ໄດ້​ກຳນົດ​​ໄວ້ໃນ​ດຳລັດການ​ແຈ້ງ​ສັບ​ສິນວ່າ: ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່​ສັງກັດ​ຢູ່​ໃນ​ກົງຈັກ​ການຈັດຕັ້ງຂອງ​ພັກ-​ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດຕັ້ງມະຫາ​ຊົນ, ລັດ​ວິ​ສາ​ຫະກິດ, ລັດ​ວິ​ສາ​ຫະກິດ​ປະສົມ ​ແລະ ລັດ​ຮຸ້ນ​ສ່ວນ ຕ້ອງ​ໄດ້​ແຈ້ງ​ຊັບ​ສິນ ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່ ຂອງ​ຕົນດ້ວຍຄວາມ​ຮັບຜິດຊອບ​ສູງ, ມີ​ປະສິດ​ທິຜົນ ​ແລະ ມີ​ຄວາມ​​ໂປ່​ງ​ໃສ ​ແນ​ໃສ່​ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ໃນ​ກົງຈັກ​ການຈັດຕັ້ງຂອງ​ພັກ-​ລັດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ ພັດທະນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ສີວິ​ໄລ.






No comments: